ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນ​ເອກ ຟານ​ວັນ​ຢາງ ຮຽກຮ້ອງ​ໃຫ້​ເຄົາຮົບ​ຜົນ​ປະໂຫຍດ​ ຂອງ
ບັນດາ​ປະເທດ ເພື່ອ​ສ້າງ​ສັນຕິພາບ ແລະ ພັດທະນາ

     ສຳນັກ​ຂ່າວສານ​ຊິນ​ຮວາ ເປີດເຜີຍ​ວັນ​ທີ 30 ຕຸລາ ວ່າ: ເວທີ​ປາ​ໄສ ຊຽງ​ຊານ ປັກ​ກິ່ງ ຄັ້ງ​ທີ 10 ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ
ປັກ​ກິ່ງ ​ສປ ຈີນ.

     ໃນ​ການ​ກ່າວ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ໃນ​ຫົວຂໍ້ “ບົດບາດ​ຂອງ​ບັນດາ​ປະເທດ​ພວມ​ພັດທະນາ​ໃນ​ຄວາມ​ໝັ້ນຄົງ​ທົ່ວ​
ໂລກ”, ທ່ານ ພົນ​ເອກ ຟານ​ວັນ​ຢາງ ລັດຖະມົນຕີ​ກະ ຊວງ​ປ້ອງ​ກັນ​ປະເທດ ​ສສ ຫວຽດ ນາມ ໄດ້​ຂຶ້ນ​ກ່າວ​ປາ​ໃສ​ວ່າ: ທຸກ​ປະເທດ​
ລ້ວນ​ແຕ່​ມີ​ຄວາມ​ຫວັງ ແລະ ມີ​ສະພາບ​ແວດ​ລ້ອມ​ຄວາມ​ໝັ້ນຄົງ​ຢ່າງຮອບດ້ານ, ມີ​ການ​ເຊື່ອມ​ຕໍ່, ເຊື່ອມ​ໂຍງ, ມີ​ຄວາມ​ກົມກຽວ​
ໃນ​ທຸກ​ຂົງເຂດ, ຜົນ​ປະໂຫຍດ, ຄວາມ​ໝັ້ນຄົງ​ຂອງ​ບັນດາ​ປະເທດ​ນ້ອຍ-ໃຫຍ່, ປະເທດ​ພັດທະນາ ຫຼື ພວມ​ພັດທະນາລ້ວນ​ແຕ່​ຕ້ອງ​
ໄດ້​ຮັບ​ຮູ້, ຄວາມ​ເຂົ້າໃຈ ແລະ ເຄົາຮົບ ເພື່ອ​ພ້ອມກັນ​ສ້າງ​ສັນຕິພາບ ແລະ ພັດທະນາ ສສ ຫວຽດນາມ ມີ​ຄວາມ​ມຸ້ງ​ຫວັງ, ມີ​ຄວາມ
​ໜັກ​ແໜ້ນ ຍາມ​ໃດ​ກໍ​ຍຶດ​ໝັ້ນ​ກັບ​ນະໂຍບາຍ​ປ້ອງ​ກັນ​ຊາດ​ສັນຕິພາບ, ປ້ອງ​ກັນ​ຕົວ; ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ການ​ປະຕິບັດ​ແຜນ​ນະ
ໂຍບາຍ​ບໍ່​ເຂົ້າ​ຮ່ວມ​ການ​ຮ່ວມ​ສຳພັນ​ດ້ານ​ການ​ທະຫານ, ບໍ່​ເຊື່ອມ​ຕໍ່​ກັບ​ປະເທດ​ທີ່​ຕໍ່ຕ້ານ​ປະເທດ​ອື່ນ, ບໍ່​ອະນຸຍາດ​ໃຫ້​ປະເທດ​ອື່ນ​ມາ​
ສ້າງ​ຖານ​ທີ່​ໝັ້ນ​ການ​ທະຫານ ຫຼື ນຳ​ໃຊ້​ຜືນ​ແຜ່ນດິນ ​ສສ ຫວຽດນາມ ເພື່ອ​ຕ້ານ​ປະເທດ​ອື່ນ, ບໍ່​ນຳ​ໃຊ້​ອາວຸດ ຫຼື ນາບ​ຂູ່​ນຳ​ໃຊ້​ອາວຸດ
ໃນ​ການ​ພົວພັນ​ສາກົນ.

     ທ່ານ ພົນ​ເອກ ຟານ​ວັນ​ຢາງ ໃຫ້​ຮູ້​ອິ​ກວ່າ: ຜ່ານ​ເວທີ​ປາ​ໄສ ຊຽງ​ຊານ ປັກ​ກິ່ງ ແລະ ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ທະຫານ,
ການ​ປ້ອງ​ກັນ​ຊາດ, ການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ຕ່າງໆ, ການ​ຈັດ​ສົ່ງ​ກຳລັງ​ເຂົ້າ​ຮ່ວມ​ຮັກສາ​ສັນຕິພາບ ຂອງ ​ສປຊ, ຫວຽດນາມ ໄດ້​ຢັ້ງຢືນ​
ບົດບາດ​ຢ່າງ​ຕັ້ງໜ້າ, ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່​ບັນດາ​ບັນຫາ​ສາກົນ ແລະ ພາກ​ພື້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/11/2023